วันพฤหัสบดีที่ 6 เมษายน พ.ศ. 2566

ບຸນປີໃໝ່

 ບຸນປີໃໝ່ລາວ ຫຼື ເອີ້ນວ່າ ສົງການ ເປັນບຸນປະເພນີອີກອັນໜຶ່ງຂອງລາວເຮົາ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງ ຄືໂດຍທົ່ວໄປເລີ່ມແຕ່ວັນທີ່ 13 ຫາ 15 ຂອງເດືອນເມສາ ເຊິ່ງເປັນເດືອນທີ່ຮ້ອນ ທີ່ສຸດໃນຮອບປີ. ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊັນ ທຳຄວາມສະອາດຕາມເຮືອນຊານ ບ້ານຊ່ອງ, ສົມມາຄາລະວະພ່ແມ່ເຖົ້າແກ່ຜູ້ອາວຸໂສກະກຽມຫາດອກໄມ້ທີ່ມີກິ່ນຫອມ ເຊັ່ນ ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ, ດອກດາວເຮືອງ, ດອກຄູນ ແລະ ອື່ນໆ ເຊີ່ງເພີ່ນເອົາມາປະສົມໃສ່ກັນ ເພື່ອປຸງແຕ່ງນໍ້າຫອມສົງພະ. ນອກຈາກນັ້ນເພິ່ນຍັງເອົາດອກ ແລະ ໃບຄູນມາເໜັບໄວ້ນຳປູຕູບ້ານປະຕູເຮືອນ ເພາະມີຄວາມເຊື່ອວ່າເປັນສິລິມຸງຄຸນ. ນໍ້າຫອມສົງພະ ແມ່ນປະສົມຈາກນໍ້າ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ.

ພິທີຈັດງານປີໃໝ່ລາວ


ພິທີຈັດງານບຸນປີໃໝ່ລາວ, ຂຶ້ນ 13ຄໍ່າເດືອນ 5 ກົງກັບວັນທີ 13 ເມສາ ແມ່ນວັນສົງທ້າຍປີເກົ່າ. ໃນວັນນີ້ ແຕ່ລະຄອບຄົວ, ທຸກໆສະຖານທີ່ພາຍໃນວັດ, ໂຮງຮຽນ, ສຳນັກ-ງານຫ້ອງການຈະມີການຮ່ວມໃຈກັນອະນາໄມລວມ ໝູ່ໃຫ້ສະຖານທີ່ຕ່າງໆສະອາດງາມຕາ ແລະ ຢູ່ຕາມບ້ານເຮືອນຈະມີການຫ້າງຫາຫາກະກຽມດອກໄມ້ທູບທຽນນໍ້າອົບນໍ້າຫອມ ເພື່ອຫົດສົງພຣະພຸດທະຮູບ. ຢູ່ວັດຈະມີການເຮັດຮ້ານພຣະ ພໍເມື່ອຮອດສາມໂມງແລງພຣະສົງຈະຕີກອງຮ້ອງປ່າວໃຫ້ຊາວບ້ານມາໂຮມ ກັນຢູ່ວັດ ແລ້ວທຳພິທີໄຫ້ວພຣະຮັບສິນ, ຄາລະວະສວດໄຊຢັນໂຕ, ຊິດນໍ້າພຸດທະຮູບມົນ, ນິມົນພຣະພຸດທະຮູບລົງຈາກແທ່ນບູຊາ ເພື່ອໃຫ້ຊາວບ້ານໄດ້ຫົດສົງ.


ອີງຕາມປະເພນີ ທີ່ສືບເນື່ອງກັນມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ຍາວ 3 ວັນຄື: ສັງຂານໄປ ຫຼື ວັນສັງຂານລ່ວງ ເຊິ່່ງໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນເນົາ ເຊິ່ງໝາຍເຖິງ ວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ່ມຕົ້ນຂອງປີໃໝ່ນັ້ນເອງ.


ບຸນບັ້ງໄຟ (ບຸນເດືອນຫົກ)
ຄວາມໝາຍ ແລະ ຄວາມສຳຄັນ. 


ບຸນບັ້ງໄຟ ຄຳວ່າ ບັ້ງ” ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນຫຼືກະບອກໄມ້ໄຜ່ນັ້ນເອງ ສ່ວນ ຄຳວ່າ ໄຟ” ຄົງບໍ່ຕ້ອງອະທິບາຍ ເພາະມີຄວາມຊັດເຈນໃນຕົວແລ້ວ ເມື່ອ ເອົາຄຳສອງ ຄຳມາລວມກັນເປັນ ບັ້ງໄຟ ໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແຫນ້ນດ້ວຍ ຫມື້” (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະ ອຽດກ່ອນນຳໄປອັດໃຫ້ແໜ້ນໃນກະບອກໄມ້ໄຜ່).


ມູນເຫດ ແລະ ຄວາມເປັນມາ

ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອວ່າ ເທິງຟ້າມີສິ່ງສັກສິດຫຼືມີຊາວ ພຸດເອີ້ນວ່າ "ພະຍາແຖນ" ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແແກ່ ເລົ່າໃຫ້ຟັງວ່າ: ກາລະຄັ້ງໜຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນເພາະຝົນຟ້າ ບ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນພະຍາແຖນບ່ສົ່ງຝົນລົງມາ ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນຕ້ອງເຮັດໃຫ້ຝົນຕົກລົງມາໃຫ້ຄົນ ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຜົນປາກົດວ່າ ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນລົງມາໃນໂລກະນຸດ ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟຂຶ້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮຸ້ ເພື່ອໃຫ້ພະຍາ ແຖນເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງບັນຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພຣະ, ຫົດສົງ, ພຣະເຖຣະ.

ไม่มีความคิดเห็น:

แสดงความคิดเห็น