วันพฤหัสบดีที่ 6 เมษายน พ.ศ. 2566

ວິສາຂະບູຊາ

 ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດ ການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ.

ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:


1. ປະສູດ 

ເປັນວັນທີ່ພຣະພຸດທະເຈົ້າ ປະສູດ ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງ ຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະ ນະທີ່ກໍາລັງ ເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດ ໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດຖະໜາ.

2. ຕັດສະຣູ

ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້ ຫຼັງຈາກອອກບວດໄດ້ ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.


3. ປະຣິນິບພານ 

ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະ ເດັດດັບຂັນທະປະຣິນິບພານ.


ກົງກັບວັນອັງຄານຂຶ້ນ 15 ຄໍ່າ ເດືອນ ປີ ມະເສັງ ວັນວິສາຂະບູຊາ ເປັນວັນສຳຄັນຂອງໂລກ.

ວັນວິສາຂະບູຊາ ໄດ້ຮັບຮອງຈາກອົງການ ສະຫະປະ ຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ 15 ທັນວາ ພ.ສ. 2542 (ຄ.ສ. 1999) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAk DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍື່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ ວັນ ຂອງສະຫະປະຊາຊາດ ແລະ ເປັນວັນພັກລັດຖະການຫຼາຍປະເທດໃນໂລກ.


ไม่มีความคิดเห็น:

แสดงความคิดเห็น